ໂຄງການຫຼັກສູດການສຶກສາ:
ວັດຖຸປະສົງຫຼັກຂອງຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດຄືການໃຫ້ໂອກາດເຫຼົ່ານັກສຶກສາຈາກທຸກພາກຂອງ ສປປ ລາວ ໂດຍສະເພາະນັກສຶກສາຈາກເຂດທີ່ດ້ອຍໂອກາດ ແລະບໍ່ມີພື້ນຖານ. ນອກຈາກນີ້ຍັງເຮັດໃຫ້ສະພາບແວດລ້ອມການຮຽນ -ການສອນ ການຄົ້ນຄວ້າວິໄຈ ແລະປະສົບການທີ່ມີຄຸນະພາບສູງທີ່ສຸດເປັນທີ່ຄາດຫວັງວ່າຫຼັກສູດການສຶກສາຈະທ້ອນ ແລະ ດູດ ຊຶມຄຸ່ນຄ່າມະນຸດສຳພັນເຊິ່ງຈະສົ່ງຜົນສະທ້ອນໃຫ້ຜູ້ສຳເລັດການສຶກສາບໍ່ພຽງແຕ່ກາຍເປັນມືອາຊີບທີ່ປະສົບຜົນສຳເລັດ ແຕ່ຍັງ ແນມເຫັນໄດ້ບຸກຄະລາກອນທີ່ຈະໄດ້ເຝິກຝົນຄຸນລັກສະນະເຫຼົ່ານີ້ເປັນວິຖີຊີວິດຕໍ່ໄປ. ທັງໝົດຫຼັກສູດການສຶກສາຂອງຄະນະ ອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ແລະກິລາ ກ່ອນການດຳເນີນການ ແລະສະເໜີການລົງທະບຽນໃຫ້ນັກສຶກສາທັງໝົດໂຄງການຫຼັກສູດການສຶກສາຂອງຄະນະອັກສອນສາດຕ້ອງໄດ້ຮັບໜ່ວຍກິດບໍ່ ຕ່ຳກວ່າ ຫຼັກສູດແຫ່ງຊາດ ( QA )
ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ສະເໜີໂຄງການຫຼັກສູດການສຶກສາ ດັ່ງຕໍ່ໄປນີ້:
ລ/ດ | ຫຼັກສູດ | ເລກທີ |
---|---|---|
1. | ຫຼັກສູດປະລິນຍາໂທອັກສອນສາດສາຂາວິຊາພາສາລາວ | 1714/ສສ.ອສ/05 2/9/2005 |
2. | ຫຼັກສູດປະລິນຍາໂທອັກສອນສາດສາຂາວິຊາວັນນະຄະດີລາວ | 1714/ສສ.ອສ/05 2/9/2005 |
3. | ຫຼັກສູດປະລິນຍາໂທອັກສອນສາດສາຂາວິຊາການສອນພາສາອັງກິດ-ພາສາຕ່າງປະເທດ | 639/ສສ.ອສ/06 28/4/2000 |
ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດການຮຽນ-ການສອນຫຼັກສູດປະລິນຍາໂທອັກສອນສາດ 3 ສາຂາ ວິຊາດັ່ງລູ່ມນີ້:
1. ໂຄງສ້າງຫຼັກສູດປະລິນຍາໂທອັກສອນສາດສາຂາວິຊາພາສາລາວ:
ລ/ດ | ໝວດວິຊາ | ຈຳນວນໜ່ວຍກິດ |
---|---|---|
1. | ໝວດວິຊາຄວາມຮູ້ທົ່ວໄປ | 12 |
2. | ໝວດວິຊາສະເພາະບັງຄັບ | 20 |
3. | ໝວດວິຊາເລືອກເສລີ | 10 |
4. | ສຳມະນາ ແລະຂຽນບົດລາຍງານຈົບຊັ້ນ | 12 |
5. | ລວມ: | 54 |
2. ໂຄງສ້າງຫຼັກສູດປະລິນຍາໂທອັກສອນສາດສາຂາວິຊາວັນນະຄະດີລາວ:
ລ/ດ | ໝວດວິຊາ | ຈຳນວນໜ່ວຍກິດ |
---|---|---|
1. | ໝວດວິຊາຄວາມຮູ້ທົ່ວໄປ | 12 |
2. | ໝວດວິຊາສະເພາະບັງຄັບ | 20 |
3. | ໝວດວິຊາເລືອກເສລີ | 10 |
4. | ສຳມະນາ ແລະຂຽນບົດລາຍງານຈົບຊັ້ນ | 12 |
5. | ລວມ: | 54 |
3. ໂຄງສ້າງຫຼັກສູດປະລິນຍາໂທອັກສອນສາດສາຂາວິຊາການສອນພາສາອັງກິດ-ພາສາຕ່າງປະເທດ:
ລ/ດ | ໝວດວິຊາ | ຈຳນວນໜ່ວຍກິດ |
---|---|---|
1. | ໝວດວິຊາຄວາມຮູ້ທົ່ວໄປ | - |
2. | ໝວດວິຊາສະເພາະບັງຄັບ | 28 |
3. | ໝວດວິຊາເລືອກເສລີ | 13 |
4. | ສຳມະນາ ແລະຂຽນບົດລາຍງານຈົບຊັ້ນ | 6 |
5. | ລວມ: | 47 |